ໜ້າທີ່ ແລະ ພາລະບົດບາດ
ວິທະຍາໄລຄູສະຫວັນນະເຂດ ຂຽນຕົວອັກສອນຫຍໍ້ວ່າ "ວຄສ" ເປັນການຈັດຕັ້ງວິຊາການໜຶ່ງທີ່ຂຶ້ນກັບຂະແໜງການທີ່ກ່ຽວຂ້ອງຕາມສາຍຕັ້ງ, ພາຍໃຕ້ການຄຸ້ມຄອງທາງດ້ານວິຊາການ ຂອງກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ. ມີພາລະບົດບາດໃນການຈັດຕັ້ງການຮຽນ - ການສອນ ໃນການກໍ່ສ້າງ, ຝຶກອົບຮົມ, ພັດທະນາວິຊາຊີບຄູ ແລະ ນັກວິຊາການ ເພຶ່ອຕອບສະໜອງໃຫ້ແກ່ ສະຖານການສຶກສາ, ສຳນັກງານ ແລະ ອົງການຈັດຕັ້ງຕ່າງໆທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ.
ໜ້າທີ່ ແລະ ຄວາມຮັບຜິດຊອບຕົ້ນຕໍ:
- ຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ແຜນການ ແລະ ລະບຽບການ ຂອງກະຊວງສຶກສາ ແລະ ກິລາ ເພື່ອຈັດຕັ້ງປະຕິບັດ ພາຍໃນ ຂອງອົງການ ໃນແຕ່ລະໄລຍະ.
- ຄົ້ນຄວ້າ, ສັງລວມແຜນການ, ແຜນພັດທະນາ, ແຜນງົບ ແລະ ໂຄງການ ຂອງອົງການ ໃນແຕ່ລະໄລຍະ.
- ຄົ້ນຄວ້າ ສ້າງ ແລະ ປັບປຸງກົດລະບຽບ ກ່ຽວກັບການຈັດຕັ້ງ-ຄຸ້ມຄອງ ຂອງພະແນກອົງການ.
- ສຶກສາອົບຮົມການເມືອງ, ຄຸນສົມບັດປະຕິວັດ ແລະ ຈັນຍາບັນ ໃຫ້ແກ່ນັກຮຽນ, ຄູ ແລະ ພະນັກງານ ໃນຂອບເຂດ ໃຫ້ມີທັດສະນະຫຼັກໝັ້ນການເມືອງ ແບບຢ່າງທີ່ດີ, ມີລະບຽບ ແລະ ມີຈັນຍາບັນໃນອົງການ.
- ສ້າງ ແລະ ພັດທະນາຄູ ໃນແຕ່ລະຂົງເຂດວຽກງານຂອງກະຊວງສຶກສາ ແລະ ກິລາ.
- ພັດທະນາ ແລະ ປັບປຸງ ຫຼັກສູດ, ການຮຽນ-ການສອນ ໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບຕົວຈິງ ໃນແຕ່ລະໄລຍະ.
- ຄົ້ນຄວ້າວິໄຈ ກ່ຽວກັບການຮຽນ-ການສອນທີ່ດີ, ມີຄຸນນະພາບ ແລະ ບໍລິການວິຊາການ ໃຫ້ແກ່ສັງຄົມ.
- ຊຸກຍູ້ ແລະ ສົ່ງເສີມ ພະນັກງານ-ຄູ ແລະ ນັກຮຽນ ໃນດ້ານການຈັດຕັ້ງປະຕິບັດ ແລະ ຕາຕະລາງການເຮັດວຽກ.
- ຄຸ້ມຄອງ ແລະ ກວດກາການຈັດຕັ້ງ, ຊັບສິນ, ການສະໜອງ, ພາຫະນະ ແລະ ອຸປະກອນຕ່າງໆ ພາຍໃນອົງການ ໃຫ້ຖືກຕ້ອງຕາມລະບຽບການ.
- ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງຮຽນກິນນອນ ໃຫ້ມີຄຸນນະພາບ ເພື່ອບັນລຸເປົ້າໝາຍ ແລະ ຜົນປະໂຫຍດ.
- ປະສານສົມທົບກັບພະແນກສຶກສາ ແລະ ກິລາແຂວງ, ນະຄອນຫຼວງ, ຫ້ອງການສຶກສາ ແລະ ກິລາເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອພັດທະນາວຽກງານການສຶກສາ.
- ຄົ້ນຄວ້າ ແລະ ນໍາສະເໜີ ຂໍ້ຕົກລົງຕ່າງໆ ແລະ ມາດຕະການ ໃຫ້ແກ່ຄະນະນຳຂອງອົງການ.
- ຈັດຕັ້ງນັກຮຽນ ເຂົ້າຮ່ວມກິດຈະກຳ ແລະ ສະໜັບສະໜູນ ວຽກງານຕ່າງໆຂອງອົງການ ແລະ ສັງຄົມ.
- ຄຸ້ມຄອງພະນັກງານ-ລັດຖະກອນ, ຄູ, ນັກຮຽນ ແລະ ຜູ້ຊ່ຽວຊານ ທີ່ມາ ອາສາສະໝັກ ທັງພາຍໃນ ແລະ ຕ່າງປະເທດ.
- ຊຸກຍູ້ ແລະ ສົ່ງເສີມ ພະນັກງານ-ລັດຖະກອນ, ຄູ ແລະ ນັກຮຽນ ເຂົ້າຮ່ວມການເຄື່ອນໄຫວກິດຈະກຳ ໃນຂະບວນການຕ່າງໆ.
- ສ້າງ ແລະ ປັບປຸງ ຂະບວນການພະນັກງານ-ລັດຖະກອນ, ຄູ ແລະ ນັກຮຽນ ຕາມແຜນການພັດທະນາ ຂອງອົງການສຶກສາ ແລະ ກິລາ ທີ່ກໍານົດ.
- ຝຶກອົບຮົມວິຊາຊີວິດຢ່າງສະເໝີພາບໃນອົງການ.
- ປະສານງານກັບກົມກ່ຽວຂ້ອງ, ສະຖານການສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອພັດທະນາວຽກງານ.
- ກວດກາ, ຕິດຕາມ, ປະເມີນຜົນ ແລະ ປະກັນຄຸນນະພາບການຮຽນ-ການສອນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານ ໃຫ້ຂັ້ນເທິງເປັນປົກກະຕິ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.