ສຳລັບການຍື່ນສະໝັກ ແລະ ດຳເນີນການລົງທະບຽນ
ເລືອກຂໍແບບຟອມໄດ້ 3 ວິທີ:
1. ໄປຂໍຟອມເປົ່າໂດຍກົງຈາກພະແນກວິຊາການ
2. ດາວໂຫຼດແບບຟອມເປົ່າອອນລາຍ (ດາວໂຫຼດທີ່ນີ້)
3. ຕື່ມແບບຟອມຜ່ານລະລົບໂດຍກົງແບບອອນລາຍ
ຫຼັງຈາກນັ້ນ ຮັບລະຫັດຟອມຈາກລະບົບ ແລ້ວນຳໄປສະເໜີພະແນກວິຊາການ ເພື່ອກວດສອບ ແລະ ເຊັນຢັ້ງຢືນຄວາມຖືກຕ້ອງ
ນຳແບບຟອມມາຍື່ນເພື່ອປ້ອນຂໍ້ມູນເຂົ້າລະບົບ, ຮັບລະຫັດນັກສຶກສາ ແລະ ຮັບລາຍເຊັນຢັ້ງຢືນຈາກຄະນະຮັບຜິດຊອບ
ນຳແບບຟອມໄປຊຳລະຄ່າທະບຽນ, ຮັບໃບບິນ ແລະ ເຊັນຢັ້ງຢືນການຊຳລະ
ນຳແບບຟອມ ແລະ ໃບບິນທີ່ຊຳລະເງິນສຳເລັດແລ້ວ ມາຍື່ນເພື່ອວ່າງເກັບມ້ຽນ ແລະ ສຳເລັດການລົງທະບຽນ
| ລ/ດ | ພາກສ່ວນນັກສຶກສາ | ວັນລົງທະບຽນ | ວັນທີເລີ່ມເຂົ້າຮຽນ |
|---|---|---|---|
| 1 | ນັກສຶກສາເກົ່າ (ປີທີ 2, 3, 4 ທຸກລະບົບ) | 01 - 18/09/2026 | 18/09/2026 |
| 2 | ນັກສຶກສາໃໝ່ (ນັກສຶກສາປີ 1 ທຸກລະບົບ) | 01 - 18/09/2026 | 18/09/2026 |