ປະຫວັດຄວາມເປັນມາ ແລະ ຂໍ້ມູນພື້ນຖານຂອງ ວິທະຍາໄລຄູສະຫວັນນະເຂດ
ວິທະຍາໄລຄູ ສະຫວັນນະເຂດ ສ້າງຕັ້ງຂື້ນເມື່ອປີ 1966 ໂດຍໃສ່ຊື່ໃນເບື້ອງຕົ້ນວ່າ: ວິທະຍາໄລຄູ ສະຫວັນນະເຂດ ຊຶ່ງເອີ້ນຕາມພາສາຝຣັ່ງວ່າ Ecole normale Savannakhet, ມີຂອບເຂດເນື້ອທີ່ທັງໝົດ 44 ເຮັກຕາ, ເນື້ອທີ່ດິນທີ່ນອນໃນໂຄງການສຳຫຼວດແລ້ວ 42 ເຮັກຕາ, ດ້ານໜ້າໂຮງຮຽນຕິດແປະກັບເສັ້ນທາງເລກທີ 9 ຍາວ 290 ແມັດ, ຊຶ່ງຫ່າງຈາກຕົວເມືອງສະຫວັນນະເຂດ ໄປທາງທິດຕາເວັນອອກ 7 ກິໂລແມັດ. ເປັນໂຮງຮຽນກໍ່ສ້າງຄູຊັ້ນຕົ້ນ ສ້າງສຳເລັດເມື່ອປີ 1969 ປະກອບດ້ວຍອາຄານຕ່າງໆທັງໝົດ 11 ຫຼັງ, ແຍກເປັນອາຄານຮຽນ 3 ຫຼັງ, ຫ້ອງຝຶກງານ 1 ຫຼັງ, ອາຄານພັກເຊົາຂອງນັກຮຽນ 3 ຫຼັງ, ຫໍອາຫານ 1 ຫຼັງ, ສຸກສາລາ 1 ຫຼັງ ແລະ ເຮືອນພັກຄະນະອຳນວຍການ 2 ຫຼັງ. ໂຮງຮຽນແຫ່ງນີ້ມີເປົ້າໝາຍໃນການສ້າງຄູໃຫ້ສອງແຂວງຄື: ສະຫວັນນະເຂດ ແລະ ຄຳມ່ວນ ໂດຍມີຜູ້ອຳນວຍການຄົນທຳອິດຊື່ວ່າ ທ່ານ ອວດ ອຸລະຈິດ; ດັ່ງນັ້ນ, ເມື່ອແບ່ງການຂະຫຍາຍຕົວຂອງວິທະຍາໄລຄູ ສະຫວັນນະເຂດ ເລີ່ມຈາກການສ້າງຕັ້ງຈົນຮອດປະຈຸບັນ ຈຶ່ງໄດ້ຜ່ານການຂະຫຍາຍຕົວໃນ 4 ໄລຍະທີ່ແຕກຕ່າງກັນ.
ໄລຍະທີ 1 ລະຫວ່າງປີ 1969-1975 ເອີ້ນວ່າ ວິທະຍາໄລຄູສະຫວັນນະເຂດ ເປັນໂຮງຮຽນກໍ່ສ້າງຄູຊັ້ນຕົ້ນ ໃນລະບົບ 6+2 (ລະບົບເລັ່ງລັດ) ແລະ ລະບົບ 6+4 ເປັນຄູປະຖົມສົມບູນ. ຂອບເຂດຂອງການກໍ່ສ້າງຄູ ແມ່ນໃນສອງແຂວງຄື: ສະຫວັນນະເຂດ ແລະ ຄຳມ່ວນ.
ໄລຍະທີ 2 ເລີ່ມແຕ່ປີ 1975-1989 ປ່ຽນຊື່ເປັນ ໂຮງຮຽນກໍ່ສ້າງຄູຊັ້ນກາງເລກ 5 (ສ.ຄ 5) ຊຶ່ງຮຽນໃນລະບົບ 8+3 ແລະ ຮັບເອົາພະນັກງານຄູຊັ້ນຕົ້ນມາຮຽນຕໍ່ເອົາວຸດທິຄູຊັ້ນກາງ. ໄລຍະນີ້ມີໜ້າທີ່ກໍ່ສ້າງຄູໃຫ້ສອງແຂວງຄື: ສະຫວັນນະເຂດ ແລະ ຄຳມ່ວນ ຊຶ່ງສາມາດກໍ່ສ້າງຄູໄດ້ທັງໝົດ 15 ຊຸດ, ມີຈຳນວນ 3.049 ຄົນ.
ໄລຍະທີ 3 ລະຫວ່າງປີ 1984-1989, ໃນນີ້ເລີ່ມຈາກສົກຮຽນ 1984-1985 ໄດ້ສ້າງຕັ້ງ ສາຂາມະຫາວິທະຍາໄລສ້າງຄູ ສະຫວັນນະເຂດ ຂື້ນຊຶ່ງມີຊື່ຫຍໍ້ວ່າ: ສາຂາ ມ.ສ.ຄ ສະຫວັນນະເຂດ ໂດຍແຍກເອົາອາຄານສ່ວນໜຶ່ງຂອງ ສ.ຄ.5 ໄປນຳໃຊ້. ລະຫວ່າງ ສ.ຄ.5 ແລະ ສາຂາ ມ.ສ.ຄ ນັ້ນມີຄະນະອຳນວຍການຂອງໃຜລາວ, ມີລະບົບຫຼັກສູດການຮຽນແຕກຕ່າງກັນຄື: ສາຂາ ມ.ສ.ຄ ຮຽນໃນລະບົບ 11+4 ສຳລັບນັກຮຽນສາມັນ ແລະ ຮັບເອົາພະນັກງານຄູຊັ້ນກາງມາຮຽນຕໍ່ ເປັນຄູຊັ້ນສູງສອນຂັ້ນມັດທະຍົມຕອນປາຍ. ມີໜ້າທີ່ກໍ່ສ້າງຄູໃນ 6 ແຂວງ ພາກກາງແລະໃຕ້ຄື: ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ, ສ່ວນ ສ.ຄ.5 ຍັງຮຽນໃນລະບົບ 8+3 ເໝືອນເດີມ; ສາຂາ ມ.ສ.ຄ ກໍ່ສ້າງຄູໄດ້ທັງໝົດ 5 ຊຸດມີຈຳນວນ 542 ຄົນ.
ໄລຍະທີ 4 ເລີ່ມຈາກສົກຮຽນ 1989-1990 ສ.ຄ.5 ແລະ ສາຂາ ມ.ສ.ຄ ໄດ້ຮ່ວມເຂົ້າເປັນສະຖາບັນການສຶກສາດຽວ ໂດຍມີຄະນະອຳນວຍການຄະນະດຽວເປັນຜູ້ບໍລິຫານ ແລະ ໄດ້ປ່ຽນຊື່ມາເປັນ ໂຮງຮຽນກໍ່ສ້າງຄູຊັ້ນສູງ ສະຫວັນນະເຂດ ໄລຍະຕໍ່ມາ ຈຶ່ງປ່ຽນເປັນ ວິທະຍາໄລຄູສະຫວັນນະເຂດ (ວຄສ). ລະບົບການຮຽນແມ່ນ 11+3 ໂດຍຮັບເອົານັກຮຽນມັດທະຍົມຕອນປາຍ ແລະ ຄູຊັ້ນກາງ ມາຮຽນໃນຫຼັກສູດ 3 ປີ ເປັນຄູຊັ້ນສູງລະດັບອະນຸປຣິນຍາສອນລະດັບມັດທະຍົມຕອນຕົ້ນ. ສົກຮຽນ 1991-1992 ວຄສ ໄດ້ສ້າງຄູ ລະບົບ 11+1 ໂດຍຮັບເອົານັກຮຽນມັດທະຍົມຕອນປາຍມາຮຽນຕໍ່ 1 ປີໄປສອນປະຖົມ ແລະ ມີໜ້າທີ່ກໍ່ສ້າງຄູໃນສອງແຂວງຄື: ສະຫວັນນະເຂດ ແລະ ຄຳມ່ວນ. ໄລຍະນີ້ໄດ້ກໍ່ສ້າງຄູ ໃນສອງລະບົບ ອອກທັງໝົດ 9 ຊຸດ , ຈຳນວນ 1.062 ຄົນ, ໃນນັ້ນ 11+3 ມີ 546 ຄົນ ແລະ 11+1 ມີ 516 ຄົນ.
ເປັນສູນກາງພັດທະນາວິຊາຊີບຄູທີ່ມີຄຸນນະພາບ, ຈັນຍາບັນ, ເນັ້ນການວິໄຈ ແລະ ເຊື່ອມໂຍງສາກົນ.
ສອນດີ ຮຽນເກັ່ງ ເຄັ່ງຕໍ່ວິໄນ ໃສ່ໃຈພັດທະນາສິ່ງແວດລ້ອມ ພ້ອມຮັກສາວັດທະນະທຳ.
| ຮູບພາບ | ຊື່ ແລະ ນາມສະກຸນ | ໄລຍະເວລາປະຕິບັດໜ້າທີ່ |
|---|---|---|
|
|
ທ່ານ ອວດ ອຸລະຈິດ | 1969-1971 |
|
|
ທ່ານ ທອງເພັດ ວົງໂພສີ | 1971-1972 |
|
|
ທ່ານ ເງິນແທ່ງ ເກດຕະວົງ | 1972-1974 |
|
|
ທ່ານ ທອງເຕີນ ໄຊຍະເສນ | 1974-1976 |
|
|
ທ່ານ ວອນມາ ດາລາອ້ວນ | 1976-1980 |
|
|
ທ່ານ ສຳພອນ ເກິ່ງພະຈັນ | 1980-1984 |
|
|
ທ່ານ ວຽງຄຳ ເພັງສະຫວັນ | 1984-1992 |
|
|
ທ່ານ ຄຳພູນ ຕຸໄພທູນ | 1992-2006 |
|
|
ທ່ານ ກຶ່ງ ໄຊຍະສານ | 2006-2015 |
|
|
ທ່ານ ລັດສະໝີ ພະໄຊສີ | 2015-2026 |
|
|
ທ່ານ ພົມມາ ໄຊຍະວົງ | ປັດຈຸບັນ (ຮັກສາການຜູ້ອຳນວຍການ) |