ໂຄງປະກອບການຈັດຕັ້ງ
ວິທະຍາໄລຄູສະຫວັນນະເຂດ (ວຄສ)
ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກຳນົດທີ່ຕັ້ງ ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ ຫຼັກການ ແລະ ແບບແຜນວິທີເຮັດວຽກ ຂອງວິທະຍາໄລຄູສະຫວັນນະເຂດ.
ທີ່ຕັ້ງ ແລະ ພາລະບົດບາດ
ວິທະຍາໄລຄູສະຫວັນນະເຂດ (ວຄສ) ເປັນການຈັດຕັ້ງວິຊาການໜຶ່ງ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ, ມີພາລະບົດບາດໃນການຈັດຕັ້ງການຮຽນ-ການສອນ ແລະ ພັດທະນາວິຊາຊີບຄູ.
ໂຄງຮ່າງການຈັດຕັ້ງພາຍໃນ
ແຜນຜັງການຈັດຕັ້ງ
ພະແນກການ (4 ພະແນກ)
ພາກວິຊາສອນ (6 ພາກວິຊາ)
ໂຄງປະກອບບຸກຄະລາກອນ ແລະ ຕຳແໜ່ງງານ
ວິທະຍາໄລຄູສະຫວັນນະເຂດ ມີໂຄງປະກອບບຸກຄະລາກອນ ດັ່ງນີ້:
1. ຜູ້ອໍານວຍການ 01 ທ່ານ
ຮັບຜິດຊອບຕໍ່ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການປົກຄອງທ້ອງຖິ່ນ ເຊິ່ງມີໜ້າທີ່ ແລະ ຂອບເຂດສິດ ຕາມທີ່ກຳນົດໄວ້ໃນ ມາດຕາ 3 ແລະ ມາດຕາ 4 ຂອງຂໍ້ຕົກລົງສະບັບນີ້;
ໃນເວລາຜູ້ອໍານວຍການຕິດຂັດຕ້ອງມອບສິດໃຫ້ ຮອງຜູ້ອໍານວຍການທ່ານໃດໜຶ່ງ ຮັກສາການແທນ.
2. ມີຮອງຜູ້ອໍານວຍການ ຈຳນວນໜຶ່ງ
ຊ່ວຍຜູ້ອໍານວຍການ ໃນການຊີ້ນຳວຽກງານຂອງຕົນ, ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍ ຂອງຜູ້ອໍານວຍການ ແລະ ຮອງຜູ້ອໍານວຍການເປັນຜູ້ຮັກສາການແທນໃນເວລາຜູ້ອໍານວຍການ ຕິດຂັດ ພ້ອມທັງ, ລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນນັ້ນ ໃຫ້ຜູ້ອໍານວຍການ ພາຍຫຼັງກັບມາປະຈຳການ;
3. ຫົວໜ້າພະແນກ, ພາກວິຊາ, ຮອງຫົວໜ້າພະແນກ, ພາກວິຊາ ແລະ ລັດຖະກອນວິຊາການ ຈຳນວນໜຶ່ງ
ຮັບຜິດຊອບວຽກງານ ຕາມການກຳນົດຕຳແໜ່ງງານ ທີ່ຂັ້ນເທິງອະນຸມັດ.
ລັດຖະກອນຄູ
ນອກນັ້ນຍັງມີ ລັດຖະກອນຄູ ໂດຍບັນຈຸຕາມ ອັດຕາສ່ວນຕໍ່ນັກຮຽນ-ນັກສຶກສາ ແລະ ການກຳນົດຕຳແໜ່ງງານ ຕາມລະບຽບການ.
ຄະນະຜູ້ບໍລິຫານ
ທ່ານ ລັດສະໝີ ພະໄຊສີ
ຜູ້ອຳນວຍການ
ຮັບຜິດຊອບລວມຕໍ່ຂັ້ນເທິງ ແລະ ອົງການປົກຄອງທ້ອງຖິ່ນ.
ທ່ານ ພົມມາ ໄຊຍະວົງ
ຮອງຜູ້ອຳນວຍການ
ທ່ານ ສົມພົງ ສີຈັນທອງທິບ
ຮອງຜູ້ອຳນວຍການ
ຕຳແໜ່ງວ່າງ
ຮອງຜູ້ອຳນວຍການ
ສະພາວິຊາການ
ໂຄງປະກອບບຸກຄະລາກອນ:
ໜ້າທີ່ ແລະ ຂອບເຂດສິດ:
- ຄົ້ນຄວ້າ ແລະ ຮັບຮອງເອົາແຜນພັດທະນາວິທະຍາໄລ ແລະ ງົບປະມານປະຈຳປີ.
- ພິຈາລະນາຮັບຮອງເອົາໂຄງການພັດທະນາວິຊາການ ແລະ ລະບຽບການຕ່າງໆ.
- ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານພາຍໃນ.
ຫຼັກການ
- ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ.
- ປະຕິບັດລະບອບຫົວໜ້າດຽວ ແລະ ແບ່ງງານໃຫ້ບຸກຄົນຮັບຜິດຊອບ.
- ເຄື່ອນໄຫວຕາມກົດໝາຍ ແລະ ແຜນງົບປະມານທີ່ໄດ້ຮັບອະນຸມັດ.
ແບບແຜນວິທີເຮັດວຽກ
- ເຮັດວຽກມີແຜນການ, ແຜນງານ ແລະ ໂຄງການລະອຽດ.
- ປະສານສົມທົບຢ່າງແໜ້ນແຟ້ນກັບພາກສ່ວນທີ່ກ່ຽວຂ້ອງ.
- ປະຕິບັດລະບອບປະຊຸມສ່ອງແສງ ແລະ ລາຍງານໃຫ້ຂັ້ນເທິງຢ່າງເປັນປົກກະຕິ.