"ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ."
"ສອນດີ ຮຽນເກັ່ງ ເຄັ່ງຕໍ່ວິໄນ ໃສ່ໃຈພັດທະນາສິ່ງແວດລ້ອມ ພ້ອມຮັກສາວັດທະນະທຳ"
ວິທະຍາໄລຄູ ສະຫວັນນະເຂດ ສ້າງຕັ້ງຂຶ້ນເມື່ອປີ 1966 ໂດຍໃສ່ຊື່ໃນເບື້ອງຕົ້ນວ່າ: Ecole normale Savannakhet. ມີຂອບເຂດເນື້ອທີ່ທັງໝົດ 44 ເຮັກຕາ, ດ້ານໜ້າຕິດກັບເສັ້ນທາງເລກທີ 9 ຍາວ 290 ແມັດ, ຫ່າງຈາກຕົວເມືອງສະຫວັນນະເຂດ 7 ກິໂລແມັດ.
ເປັນໂຮງຮຽນກໍ່ສ້າງຄູຊັ້ນຕົ້ນ ໃນລະບົບ 6+2 (ລະບົບເລັ່ງລັດ) ແລະ ລະບົບ 6+4 ເປັນຄູປະຖົມສົມບູນ ຮັບຜິດຊອບສອງແຂວງ ຄື: ສະຫວັນນະເຂດ ແລະ ຄຳມ່ວນ.
ຮຽນໃນລະບົບ 8+3 ແລະ ຮັບເອົາພະນັກງານຄູຊັ້ນຕົ້ນມາຮຽນຕໍ່ເອົາວຸດທິຄູຊັ້ນກາງ. ສາມາດກໍ່ສ້າງຄູໄດ້ທັງໝົດ 15 ຊຸດ, ມີຈຳນວນ 3.049 ຄົນ.
ຮຽນໃນລະບົບ 11+4 ສຳລັບນັກຮຽນສາມັນ ແລະ ຮັບເອົາພະນັກງານຄູຊັ້ນກາງມາຮຽນຕໍ່ເພື່ອເປັນຄູຊັ້ນສູງສອນຂັ້ນມັດທະຍົມຕອນປາຍ.
ຮ່ວມເຂົ້າເປັນສະຖາບັນດຽວ. ລະບົບການຮຽນແມ່ນ 11+3 ເປັນຄູຊັ້ນສູງລະດັບອະນຸປະລິນຍາ. ສົກຮຽນ 1991-1992 ໄດ້ສ້າງຄູລະບົບ 11+1 ໄປສອນປະຖົມ.
ຕັດຫຍິບປະເພດຕ່າງໆ ບໍລິການພາຍໃນ ແລະ ພາຍນອກ ວຄສ ພ້ອມເຝິກອົບຮົມໃຫ້ນັກສຶກສາ.
ບໍລິການອາຫານ, ເຝິກອົບຮົມການປຸງແຕ່ງ, ການແກະສະຫຼັກ, ຂວັດລາຍ ແລະ ແຕ້ມຮູບພາບ.
ຟ້ອນ, ຮ້ອງເພງ, ສະແດງລະຄອນ ແລະ ສູນເສີມສວຍບໍລິການພະນັກງານ ແລະ ນັກສຶກສາ.
ສ້ອມແປງໂຕະ, ຕັ່ງ, ຕູ້ ທີ່ເປ່ເພ ແລະ ຜະລິດອຸປະກອນສື່ການສອນໃຫ້ນັກສຶກສາ.
ບານເຕະ, ບານສົ່ງ, ກະຕໍ້ ແລະ ກິລາພື້ນບ້ານ ພ້ອມເຝິກອົບຮົມກຳມະການຕັດສິນກິລາ.
ບໍລິການຕັດຜົມຟຣີ ແລະ ຜະລິດນ້ຳສະອາດດ້ວຍເຄື່ອງຈັກຂະໜາດນ້ອຍເພື່ອບໍລິໂພກພາຍໃນ.
ບໍລິການອອກຂ່າວທາງໂທລະໂຄ່ງ ແລະ ວົງດົນຕີຮັບໃຊ້ກິດຈະກຳສະໂມສອນຊາວໜຸ່ມ.
ປູກເຫັດ, ປູກຜັກ, ເຮັດຝຸ່ມບົ່ມ ແລະ ການຈັດສັນຂີ້ເຫຍື້ອໃຫ້ເປັນລະບຽບສະອາດງາມຕາ.
ລາຍຊື່ຜູ້ອຳນວຍການແຕ່ປີ 1969 ເຖິງ ປັດຈຸບັນ
1969-1971
1971-1972
1972-1974
1974-1976
1976-1980
1980-1984
1984-1992
1992-2006
2006-2015
2015-ປັດຈຸບັນ